ສົ່ງທ້າຍປີ ແຕ່ບໍ່ແມ່ນປຶ້ມຫົວທ້າຍສຸດທີ່ອ່ານ 💓
ເຮົາໃຫ້ 4.5/5 ດາວຈ໋ະ ສຳລັບເລື່ອງ ຄຸນຣິ ກັບ ມົ່ນ
ເລື່ອງນີ້ດອງໄວ້ຢູ່ຄັງແສງໄດ້ເປັນຊາດແລ້ວ🙄 ແຕ່ຫາຈັ່ງມີໂອກາດໄດ້ອ່ານ .. ເຊິ່ງລຳດັບການອ່ານແມ່ນ ອ່ານອ້າຍທຽນ ກັບ ເມີຍ ກ່ອນຫົວນີ້ ..
ເນື້ອເລື່ອງກະໂອເຄໃດ໋ ຈາກຄົນສອງຄົນ ທີ່ຄົບກັນ4ປີສະໄໝຮຽນ ຕ້ອງມີເລື່ອງເຂົ້າໃຈຜິດກັນ (ຍ້ອນໝູ່) ເລີຍຕ້ອງຈາກກັນໄປ💔😢 ແລ້ວໂຊກຊະຕາກະພັດທັງສອງມາເຈິະກັນອີກ ໃນນາມວິສະວະກອນພີ່ລ້ຽງvsວິສະວະກອນຝຶກຫັດ.. ຄຸນຣິ ກະເລີຍຕ້ອງສອນວຽກໃຫ້ ມົ່ນ .. ການພົບກັນເທື່ອນີ້ຂອງທັງສອງ ບໍ່ລາບລື່ນຢ່າງທີ່ຄິດ .. ທັງມົ່ນ-ນອ ແລະ ຄຸນຣິ-ພອ ກະຕ່າງຄາດຫວັງໃຫ້ທັງສອງເປັນຄົນເດີມ .. ແຕ່ກະເຂົ້າໃຈວ່າຄວາມຮູ້ສຶກທີ່ເສຍໄປ+ໄລຍະເວລາ+ຄຸນວຸດທິ ຕ່າງຫຼໍ່ຫຼອມໃຫ້ທັງສອງມີego.. ແຕ່ອຸປະສັດຫຼັກໆຂອງທັງສອງຄົນແມ່ນ “ຄວາມຮູ້ສຶກ“ ນິແຫຼະ ທີ່ຕອນຕົ້ນເກືອບຈະຕົກເຫວໄປແລ້ວ ແຕ່ກະຍັງບໍ່ຕາຍ (ຄືເກັ່ງແທ້-ເອີ່ມມ ຄົນລະເລື່ອງລ່ະ🤣) ມັນກະຊິມີລົ້ມລຸກຄຸກຄານແດ່ ສີສັນຊີວິດດີ👫
ຄວາມສຳພັນຂອງທັງຄູ່ ທີ່ ນາວາຮ້ອຍກະວີ ແຕ່ງອອກມາ ຢາກອອກໄປທາງ ຄົນລະstyleກັນກັບ ຄວາມສຳພັນທີ່ ນຂ Andra ແຕ່ງ (ເອົ້າ ກະຄົນລະເລື່ອງກັນເນາະ🙄) ແຕ່ ແຕ່ ໃນຄວາມຕ່າງ ມີຄວາມເໝືອນເວີ້ຍຍ ບໍ່ຫວືຫວາ ແຕ່ຄິດ, ບໍ່ສະແດງອອກ ແຕ່ຮັກ, ບໍ່ຫວານ ແຕ່ລຶກຊຶ້ງກິນໃຈ❤️ .. ຄວາມຮັກຂອງມົ່ນກັບຄຸນຣິ ຄັນປຽບໄດ້ກະສິແມ່ນ ທ້ອງຟ້າ ກັບ ເມກ 🌌❤️☁️ ທີ່ຂາດກັນບໍ່ໄດ້ (ໂອ້ຍຍຍ 🐜🐜❤️)
Againທີ່ຈຸດບອດຂອງເລື່ອງນີ້ແມ່ນ “ການສື່ສານ“ ຂອງສອງຕົວລະຄອນເອກ ເຊິ່ງເຮັດໃຫ້ຄຸນຣິ ແລະ ມົ່ນ ສັບສົນໃນຄວາມຮູ້ສຶກຂອງຕົວເອງ, ລັງເລ ແຕ່ກະເນາະ ມັນກະຜ່ານໄປດ້ວຍດີ. ນັກຂຽນພັນລະນາແຕ່ລະເຫດການ ໄດ້ຊາບຊຶ້ງ ເຂົ້າເລິກເຖິງແກນຂອງເລື່ອງ .. ນຂເພິ່ນຜູກປົມໄວ້ດີ ຄ່ອຍໆພັນລະນາ ເລົ່າເລື່ອງປະຈຸບັນ ສະຫຼັບອາດີດ ຕົວລະຄອນພັດທະນາຕາມແນວທາງທີ່ຈະເປັນ .. ລວມໆ ກະລົງຕົວ 🙂
ຢາກຂໍຝາກເຖິງ ນາວາຮ້ອຍກະວີ (ຊື່ນີ້ ສ່ວນຕົວ ມັກເປັນພິເສດ)
ຂໍໃຫ້ອອກຕອນນິເສດຂອງທັງ ຄຸນຣິ ແລະ ອ້າຍທຽນ ມາໃຫ້ແຟນໆໄດ້ອ່ານໃຫ້ເຊົາຄິດຮອດແດ່ ເພາະເພິ່ນບໍ່ໄດ້ມາໂລດແລ່ນ ໃນວົງການດົນແລ້ວ 🤣🤣🤣
ແລະ ດີໃຈທີ່ເລື່ອງ “ອົກເກືອບຫັກ ແອບຮັກຄຸນສາມີ“ ຈະມີເປັນລະຄອນ ຕື່ນເຕັ້ນ ແລະ ຈະຕິດຕາມເບິ່ງ😘
#WithLoVE
Onnichan
29/12/2019