Onnichan244 reviews7 followersFollowFollowSeptember 18, 2020ຝັນຮັກຢານິກາ ⭐️⭐️⭐️⭐️ ດາວແບບຫຍໍ້ກະຄື ເປັນເລື່ອງຕໍ່ຈາກເຫຼັ້ມຂອງນ້ອງ(ພັດ) ມາເຫຼັ້ມນີ້ແມ່ນ ເຫຼັ້ມອ້າຍ_ພຣົບກຣ້າວ(ພີມ) ກັບ ຢານິກາ(ຢານິ) ເລຂາສາວແວ່ນຂອງອ້າຍພີມ🤓 ເລື່ອງເກີດຈາກຄວາມໃກ້ຊິດຂອງເຈົ້ານາຍແລະເລຂາ ທີ່ເຮັດວຽກກັນມາໄດ້ 3ປີ ເຂົ້າປີທີ4 (ແໝ ຄັນແມ່ນກູ ບໍ່ເຫຼືອແຕ່ປີທຳອິດ😝) ທັງສອງກະເຮັດວຽກນຳກັນແບບອ້າຍນ້ອງ ບໍ່ມີເລື່ອງຊູ້ສາວເລີຍ ແຕ່ເຂົາເຈົ້າຮູ້ຈັກກັນມາແຕ່ນ້ອຍ ແຕ່ບໍ່ຈື່ກັນຊື່ໆ(ຈົນມາເຈິະກັນ ນົນກຸນ_ໝູ່ອ້າຍພີມ) ຄວາມຮູ້ສຶກຂອງອ້າຍພີມກະເລີ່ມຫຶງຫວງ ເບິ່ງເລຂາສາວແວ່ນໃໝ່ ຄິດຮອດ ສົນໃຈຢານິຕະຫຼອດດ👨🏻💻ອ້າຍພີມ ອ້າຍຜູ້ທີ່ນຽບຕະຫຼອດຮອດອາຫານການກິນ ບໍ່ກິນອາຫານໃຜນອກຈາກຂີ້ມືແມ່ກັບຢານິ🙄 ທ່ານປະທານ•bossຂອງຢານິ ແຕ່ອ້າຍເຈົ້າຊູ້້້້້້ ແຕ່ຫຼໍ່ເວີ້ຍ (ເອີ້compromiseກັນໄດ້😅) ເປັນຜູ້ບໍລິຫານທີ່ເກັ່ງແລະມີວິໄສທັດທີ່ດີ ໄອ້ພີ່ພີມຂອງນ້ອງຢານິ💛 ອ້າຍລະມູນອ່ະເມື່ອຢູ່ກັບຢານິ👩🏻💼ຢານິ ນ້ອງໝູອ້ວນຂອງອ້າຍພີມ🐷 ນ້ອງໄຂມັນຂອງອ້າຍພີມ🐵 ໂອ້ຍຍຍ ແຕ່ຊື່ຍັງລະມຸນລ່ະ🥰 ນາງເກັ່ງ ນາງນຽບຄືກັນກັບອ້າຍພີມແຫຼະ ນາງກະເປັນຜູ້ຍິງທົ່ວໄປແຫຼະເຫຼັ້ມນີ້ມ່ວນກວ່າເຫຼັ້ມຂອງນ້ອງຫຼາຍຢູ່{ຄຫສຕ} ມີຄວາມຮາ ຈັງຫວະຊິດຄອມ ມີຄວາມເສົ້າກັບຢານິ ແລະ ໝັ່ນໃສ້ອ້າຍພີມຕອນບໍ່ຮູ້ໃຈໂຕເອງ. ພາສາທີ່ໃຊ້ກະຄືເກົ່າ ມ່ວນຄືເກົ່າ😅 ລື່ນໄຫຼ ທັນສະໄໝແຕ່ຂໍຕັດ1ດາວ ຍ້ອນຢາກໃຫ້ນຂແຕ່ງຫຼາຍກວ່ານິິິິ ຍັງເສບອ້າຍພີມບໍ່ຈຸໃຈຊໍ້າ👉🏻👈🏻 ແລະ ຕັດຈົບແບບໄວໂພດອ່ະ ເທົ່ານັ້ນຊື່ໆດອກ😅 ແຕ່ກະຕ້ອງຖືວ່າ ຂຈນຂ ແຫຼະເປີດໃຫ້ອ່ານຟີ ຖືວ່າອ່ານເກືອບຄົບແກ້ງລ່ະເດະ🤣🙏🏻