ແທ້ນ ແທ້ນ ແທ້ນ ແທ້ນນນນ🎉🎉🎉🎉🎉🎉🎉
ແລະນີ້ຄືການກັບມາຂອງ “ຄຸນລຸງເຈົ້າພໍ່” “ເຈົ້າພໍຄາຊິໂນ” “ຜູ້ໃຊ້ພາສາໄທໄດ້ວິບັດທີ່ສຸດໃນຕະກຸນ” ມາເຟຍຜູ້ຂ້ວມບາດໃນ Las Vegas (ປ໊າດດ ເປີດໂຕຢ່າງຫຍິ່ງໃຫຍ່😆)
ໃນທີ່ສຸດ! ບຸກຄົນທີ່ມີlevelການໃຊ້ພາສາໄທຕ່ຳຈົນຕິດລົບ ກະອອກມາໃຫ້readerໄດ້ຍົນໂສມ🤣 ຫະຣັນ ໂດ່ມິນິກ ພີຣະປະກາສິດ!
🎲🎲🎲🎲.5 ດາວ ຂໍຍາດ’ໃຫ້ເປັນລູກເຕົາ ເພາະຈັ່ງເຂົ້າກັບ theme ເລື່ອງແດ່
ເປັນເລື່ອງໂທນເຈົ້າພໍ່ມາເຟຍ🔫🔪🙅🏻♀️❌⛔️🔞💯 ມາຄົບພິເພລລ ໂດຍທີ່ ອິ໊ງ-ອະນິສາ ປອມໂຕເປັນຄູສອນພາສາໄທ ໃຫ້ເຈົ້າພໍ່ ເພື່ອໄປຫາຂ່າວຢູ່ບໍລິສັດເຈົ້າພໍ. ດ້ວຍຄວາມທີ່ເຈົ້າພໍ່ສະຫຼາດເປັນ…..(ບໍ່ຮູ້ຊິປຽບເປັນຫຍັງ ເພາະເຮຍເພິ່ນສະຫຼາດອີ່ຫຼີ🙄) ຈັບໄດ້, ກະເລີຍຍື່ນຂໍສະເໜີໃຫ້ອິ໊ງມາເປັນເມຍປອມໆ ເພື່ອຕົບຕາລຸງ. ໂດຍມີເງື່ອນໄຂວ່າ: ເຈົ້າພໍ່ຈະຊ່ວຍອິ໊ງໂຄ້ນຕະກຸນທີ່ຂ້າພໍ່ແມ່ອິ໊ງ. ເລື່ອງລາວກະມາເຖິງຕອນວາງແຜນແກ້ແຄ້ນ ຊິງຄວາມເປັນໃຫຍ່ໃນLas Vegas, ຈົບດີ!
⛔️ປະກາດ, ຂ້າພະເຈົ້າຂໍຍາດ’ເອີ່ຍເຖິງບຸກຄົນທີ່ອ້າຍນ້ອງບອກວ່າ ຫຼົງໂຕເອງ ທີ່ສຸດ!
ຫະຣັນ (ໂດ່ມິນິກ) ພີຣະປະກາສິດ, ບຸກຄົນທີ່ໄປຢູ່ກັບລຸງທີ່Las Vegasແຕ່ນ້ອຍ, ຕັ້ງແຕ່ນ້ອຍຮອດໃຫຍ່ ກະຖືກເຂັນຂ້ຽວໃຫ້ເປັນຄົນເກັ່ງໃນທຸກດ້ານ ເພື່ອທີ່ຈະສືບທອດທຸລະກິດກາຊິໂນ+ມາເຟີຍ ໃນອະນາຄົດ. ແຕ່ ແຕ່ ແຕ່ ຄວາມກວນຕີນ ຄວາມego ຄວາມໝັ້ນໜ້າ ຄວາມເຮ້ຍ ຄວາມຫື່ນ ຄວາມໝັ້ນໃຈໃນການໃຊ້ພາສາໄທ=🅾️ (ເອົ້າ ບໍ່ເຊື່ອໄປນຳອ່ານແຕ່ເຫຼັ້ມອ້າຍແທນໂລດ🤣) ແຫ່ງມາເຈິະອິ໊ງ ຄວາມໝັ້ນໜ້າໝັ້ນໂໜກແຕະລະດັບເພດານນ🤦🏻♀️ ແຕ່ກະມີດ້ານດີຢູ່ (ດຽວເຈົ້າພໍ່ເພິ່ນຄຽດ🥳 ຕົບຫົວແລ້ວລູບຫຼັງເບາະ-ເຈົ້າພໍ���ບໍ່ໄດ້ກ່າວ🤣) ອ້າຍເພິ່ນສະຫຼາດ ຊ່າງສັງເກດ💯 ຊຽນປັ່ນ💯 ມີພິກໄຫວເປັນເລີດ💯(ຢາກໄປຮຽນວິຊານຳເດະ!) ອ່ານເກມຄູ່ຕໍ່ສູ້ຂາດໝົດດດດ
🔫ນອຂອງເລື່ອງ: ອິ໊ງ ປູມຫຼັງນາງກະບໍ່ທຳມະດາ
ນາງຜູ້ສູ້ຊີວິດ, ພໍ່ແມ່ຕາຍຢ່າງປິດສະໜາມາ5ປີ, ອິ໊ງລ້ຽງນ້ອງແລະໝູ່ໂຕຄົນດຽວ, ເປັນຫົວໜ້າຄຸມກາຊິໂນທີ່ເປັນຄູ່ແຂ່ງກັບກາຊິໂນເຈົ້າພໍ່. ຖືກສົ່ງໄປເປັນນົກຕໍ່ລ້ວງຄວາມລັບບໍລິສັດຫະຣັນ ແຕ່ຖືກທ້າວຈັບໄດ້ກ່ອນ. ທີ່ຈິງນາງກະບໍ່ມີເຈດຕະນາຊິມາລ້ວງຂໍ້ມູນຫຍັງດອກ ແຕ່ນາງຢາກທຳລາຍຕະກຸນທີ່ນາງຮັບໃຊ້ຊື່ໆ ເລີຍຮ່ວມມືກັບເຈົ້າພໍ່.
ຕ້ອງຍອມຮັບ ໃຈນາງເດັດດ່ຽວຫຼາຍ, ສະຫງົບ ສະຫຼາດ ສາຍດຳເທຄວນໂດ້ (ຖ້າຢາກຮູ້ຖາມເຈົ້າພໍ່ໂລດ ອ້າຍເພິ່ນຄາງແຕກມາແລ້ວ🤪) ບູ້ລ້າງຜານກະນາງນິແຫຼະ. ທັງສອງຊ່ວຍກັນວາງແຜນໂຄ່ນລົ້ມຕະກຸນມາເຟີຍທີ່ຂ້າພໍ່ແມ່ອິ໊ງ ໄດ້ເຫັນຄວາມ♥️ທີ່ເຈົ້າພໍ່ມີໃຫ້ອິ໊ງ ແລະ ຄວາມເສຍສະຫຼະໂຕເອງຂອງອິ໊ງ. ຕາຍແລ້ວວວ ລະວ່າຈັ່ງມາສົມກັນເອົາແທ້ເອົາວ່າ 2ຄົນນິ👫
ເຫດຜົນທີ່ໃຫ້4.5ດາວ ຍ້ອນເຮົາວ່າເລື່ອງນິແອບສັ້ນກວ່າຫົວທີ່ຜ່ານໆມາ, ແລ້ວຄວາມເປັນກິ່ນອາຍຄອບຄົວພິຣະປະກາສິດມັນໝົດໄປ. ນຂເນັ້ນພັນລະນາໃສ່ ການແກ້ແຄ້ນຊ່ວງຊິງອຳນາດມາເຟີຍຂອງເຈົ້າພໍ່ ກັບການແກ້ແຄ້ນຂອງອິ໊ງຫຼາຍກວ່າ. ເຮົາເລີຍວ່າຈຸດແຂງຂອງເລື່ອງມັນໝົດໄປເຄິ່ງໜຶ່ງ😅 (ສຫສຕ). ແຕ່ລວມໆ ກະມ່ວນແຫຼະ, characterເຈົ້າພໍ່ກະເປັນທີ່ໂຈດຈານ
ເຮົາຕິດຕາມຕະກຸນນິມາແຕ່ຕົ້ນ, ສ່ວນຕົວມັກເຫຼັ້ມອ້າຍແທນສຸດ ເພາະທັງplot ທັງcharacterຕົວລະຄອນ ທັງຄວາມມັກສ່ວນໂຕ ເຮົາເທໃຫ້ອ້າຍແທນໝົດ😍 ວອນຂໍໃຫ້ນຂແຕ່ງ special chaptersທີ່ເອົາທັງ3ອ້າຍ ແລະຄຄພີຣະປະກາສິດມາຢູ່ນຳກັນ(ເສຍເງິນກະຊິຍອມຈ່າຍ💵)
ເອົາລ່ະ, ຂໍລາໄປກ່ອນ ຖ້າໃຜມັກຄຸນລຸງເຈົ້າພໍ່ ລອງຊື້ມາອ່ານເບິ່ງ, ແລ້ວພວກເພິ່ນຈະຫົວຈົນແຂ້ວແຫ້ງ (ຫາບ່ອນລົງດີ🤣) ໄປລ່ະ ໄບຼ່