ບັນທຶກການອ່ານຄັ້ງທີ II ຢ່າງເປັນທາງການ🥂
ຄວາມຮູ້ສຶກບໍ່ຕ່າງກັນເລີຍ! ຍັງມ່ວນຄືເກົ່າ ຍັງຮູ້ສຶກມີຄວາມສຸກທີ່ໄດ້ອ່ານຄືເກົ່າ
ອ້າຍແທນ ກະຍັງເຈົ້າເລ້ເພທຸບາຍຄືເກົ່າ ເອົາແຕ່ໃຈ ເປັນstockerຝ້າຍມາ10ປີ ເປັນຄວາມຮັກທີ່ຍາວນານສຳລັບຜູ້ຊາຍຄືແທນຣິດຈະເຮັດໄດ້🤍 ອ້າຍຫຼໍ່ ອ້າຍເທ້ ອ້າຍເກັ່ງ (ອ່ອຍເກັ່ງນຳ😝) ເຈົ້າວາງແຜນ ຫຼິ້ນໃຫຍ່ ຫວ່ານລ້ອມສາລະພັດ ແລະ ເລື່ອງ🛏ອ້າຍກະເກັ່ງ😳 ໂອ້ຍຍ ທີ່ອ່ານມາກະບໍ່ເຫັນໃຜເຈົ້າເລ້ກວນxີນໄດ້ຄືອ້າຍເພິ່ນ!
ສ່ວນຝັນຝ້າຍກະອິນໂນເຊັ້ນແຫຼະ ເປັນເດັກຮຽນຖັກຜົມເປຍ ແອບມັກລຸ້ນອ້າຍ(ກະອ້າຍເພິ່ນຫັ້ນແຫຼະ) ລະເອົາຄັບລິ້ງໄປໃຫ້ໃນມື້ຮຽນຈົບ ເລີຍເກືອບເກີນເລີຍກັນ ແຕ່ອ້າຍເພິ່ນຫ້າມໃຈໄວ້ທັນ ແຕ່ຕອນນັ້ນອ້າຍເພິ່ນກະເລີຍນຳຝ້າຍໄປຮຽນຕໍ່. ຝ້າຍຫວານຳອ້າຍແທນບໍ່ທັນຈັກເທື່ອ ແຕ່ຕອນແຕ່ງງານກັນແລ້ວ ຝ້າຍເລີຍທໍລະມານຄືນ! ສະໃຈເດະ!
ເອີ! ອີກຢ່າງ ເດ່ມ້ອນ ກັບ ຫຣັນ(ຄັນອ່ານຖືກໃດ໋😂) ລູກອ້າຍລູກນ້ອງຂອງແທນກະຕະຫຼົກ ມີເຂົາເຈົ້າແຫຼະມາສ້າງສີສັນໃນເລື່ອງ! ວອນນຂແຕ່ງ2ອ້າຍນ້ອງນິຕໍ່ແດ່ເດີ້ ຢາກຮູ້ຄືກັນໃຜຈະມາປາບຫຣັນໄດ້
ປິດທ້າຍ.. ບໍ່ວ່າຈະອ່ານແຕ່ປີ 2018 ຈົນຮອດປີ 2021 ເລື່ອງນິກະຍັງເປັນfavຢູ່ຄືເກົ່າ🤍
•••••••••••••••••••••••••••••••
ມີ 100 ດາວ ກະຊິໃຫ��� 100 ໄປເລີຍ .. ມັນມ່ວນຫລາຍອ້າຍຕຳຫຼວດ .. ນັກຂຽນໃຊ້ສຳນວນໄດ້ດີ ເປັນຕາຈັບໃຈ ຫນ້າຕິດຕາມ ມີເຫດມີຜົນ .. ນີ້ ອ່ານແລ້ວ ນຶກວ່າໂຕເອງເປັນ ຝັນຝ້າຍ ໃນທັນທີ .. ຟິນອ້າຍແທນແຮງຫຼາຍ .. ເນື້ອເລື່ອງກະສິປະມານ ຕ່າງຄົນຕ່າງແອບມັກກັນມາແຕ່ນ້ອຍ ບໍ່ເຄີຍນອກໃຈໄປຮັກໃຜເລີຍ ມີແຕ່ “ນອກກາຍ“ ຊື່ໆ {ອັນນິ ແທນລິດ ບໍ່ໄດ້ກ່າວ 555} ຍອມຮັບໃນຄວາມໝັ້ນຄົງຂອງ ແທນລິດ, ຄວາມເຈົ້າແຜນການ ເຈົ້າເລ່ ເພທຸບາຍ ແມ່ນ ຢູ່ທີ່ ອ້າຍແທນ ໝົດ .. ຂອບໃຈນັກຂຽນ ທີ່ສ້າງສັນຜົນງານດີໆອອກມາໃຫ້ໄດ້ອ່ານ .. ຖ້າພາກຕໍ່ ອ້າຍເດມ້ອນ ຢູ່ເດີ້